ກອງປະຊຸມທາງລະບົບອອນລາຍສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 06 ເດືອນຕົ້ນປີ 2026 ແລະ ວາງທິດທາງ ແຜນການ 06 ເດືອນທ້າຍປີ 2026
ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2026 ທະນາຄານ ພັດທະນາ ຊົນນະບົດ ສາຂາຫຼວງພະບາງ
ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 06 ເດືອນຕົ້ນປີ 2026
ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ
2026 (ຜ່ານລະບົບອອນລາຍ) ຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມຊັ້ນ III
ທະນາຄານ ພັດທະນາ ຊົນນະບົດ ສາຂາຫຼວງພະບາງ
ໂດຍການເປັນປະທານຂອງທ່ານ ສີຈັນ ເນັ່່່່່ງເລົ່າຈ່າ ຫົວໜ້າສາຂາ,
ມີຄະນະສາຂາ,
ຄະ ນະຂະແໜງ,
ຄະນະໜ່ວຍບໍລິການ ແລະ ພະນັກງານວິຊາການເຂົ້າຮ່ວມກອງປະຊຸມທັງໜົດ
37 ທ່ານ,ຍິງ 10 ທ່ານ.
ກອງປະຊຸມໃນຄັ້ງນີ້ທ່ານ ນາງ ສີສຸດາກອນ ຕຸລາກຸນ
ຮອງຫົວໜ້າສາຂາ ໄດ້ລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຮອບດ້ານປະຈຳ 06
ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026
ຂອງທະນາຄານ ພັດທະນາ ຊົນນະບົດ
ສາຂາຫຼວງພະບາງ ໃຫ້ຮູ້ວ່າໄລຍະ 06 ເດືອນຕົ້ນປີຜ່ານມາການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ
ແລະ ມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງໃຫ້ເຫັນຄື: ການດໍາເນີນງານມີຜົນຕິດບວກ;
ໄດ້ປ່ອຍສິນເຊື່ອ 20.18 ຕື້ກີບ
ເທົ່າກັບ 26.18%, ຂອງແຜນການປີ (77.07 ຕື້ກີບ) ເກັບໜີ້ໄດ້ 22.85 ຕື້ກີບ
ເທົ່າກັບ 152.64% ຂອງແຜນການປີ (14.97 ຕື້ກີບ) ຮອດທ້າຍເດືອນ 06 ປີ 2026 ມີຍອດສິນເຊື່ອທັງໝົດ 244.89 ຕື້ກີບ; ເກັບດອກເບັ້ຍ 7.28
ຕື້ກີບ ເທົ່າກັບ 53.29%ຂອງແຜນການ(13.66ຕື້ກີບ),ລະດົມເງິນຝາກ 06
ເດືອນຕົ້ນປີໄດ້ທັງໝົດ 49.99 ຕື້ກີບ ເທົ່າກັບ 54.17% ຂອງແຜນການ (92.99 ຕື້ກີບ); ຫຼັງຈາກນັ້ນ
ຄະນະໜ່ວຍບໍລິການຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາທີ່ພົ້ນເດັ່ນ,
ວາງທິດທາງແຜນການໃນຕໍ່ໜ້າ ແລະ ປະທານໄດ້ມີຄໍາເຫັນເຈາະຈີ້ມ.
ກອງປະຊຸມໄດ້ປຶກສາຫາລື ແລະ
ປະກອບຄໍາເຫັນຢ່າງກົງໄປກົງມາ ທີ່ປະຊຸມໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:
1.
ເຫັນດີຮັບຮອງເອົາ(ຮ່າງ)ບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ
06 ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ທະນາຄານພັດທະນາຊົນນະບົດ
ສາຂາຫຼວງພະບາງ.
ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາດັ່ງນີ້ :
1. ວຽກງານການສຶກສາອົບຮົມການເມືອງ-ແນວຄິດມອບໃຫ້ຄະນະສາຂາ, ຫົວໜ້າຂະແໜງ ແລະ ຄະນະໜ່ວຍ
ບໍລິການສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ
ແລະ ຖືເປັນຄວາມສໍາຄັນຕໍ່ວຽກງານການສຶກສາອົບຮົມເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍຢ່າງປົກກະຕິ,
ເພື່ອໃຫ້ສະມາຊິກພັກ-ພະນັກງານມີສະຕິຕໍ່ການຈັດຕັ້ງ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຈົ່ງຮັກພັກດີຕໍ່ອົງກອນ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມສະຫົງບ, ມີດ້ານແນວຄິດໂລ່ງລຽງ, ມີຄວາມເອກະພາບໄປລ່ວງດຽວກັນ.
2. ວຽກຫ້ອງການບໍລິຫານ: ມອບໃຫ້ຂະແໜງຫ້ອງການບໍລິຫານ ແລະ ຄະນະໜ່ວຍບໍລິການເອົາໃຈໃສ່ໃນການ
ຄຸ້ມຄອງລາຍຈ່າຍບໍລິຫານປະຕິບັດໃຫ້ຖືກຕ້ອງສອດຄ່ອງຕາມຕົວຈິງເພື່ອປ້ອງກັນບໍ່ໃຫ້ມີລາຍຈ່າຍເກີນແຜນການ.
- ຄະນະນໍາຕ້ອງເປັນແບບຢ່າງທີ່ດີຕໍ່ການປະຕິບັດໂມງເຂົ້າການ-ເລີກການ
ແລະ ເປັນເຈົ້າການຄຸ້ມຄອງພະນັກ
ງານປະຈໍາການໃຫ້ເຂັ້ມງວດເພື່ອໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍຂຶ້ນ.
3. ວຽກບັນຊີການເງິນ-ເຕັກໂນໂລຊີ ຂໍ້ມູນຂ່າວສານ: ມອບໃຫ້ຄະນະສາຂາຜູ້ຊີ້ນໍາຊ່ວຍຊີ້ນໍາຄະນະຊະແໜງທີ່
ຮັບຜິດຊອບຊຸກຍູ້ພະນັກງານວິຊາການບັນຊີໃນການບັນທຶກບັນຊີໃຫ້ມີຄວາມຖືກຕ້ອງ
ແລະ ແກ້ໄຂບັນຫາການໂອນເງິນຊໍາລະໜີ້ຂອງລູກຄ້າບໍ່ໃຫ້ຄ້າງເປັນຈໍານວນຫຼາຍ.
- ຄະນະຂະແໜງ ແລະ ຄະນະໜ່ວຍບໍລີການ
ຕ້ອງເອົາໃຈໃສ່ລົງໂຄສະນາລະດົມເງິນຝາກໃນແຕ່ລະອາທີດ, ເດືອນໃຫ້ບັນລຸຕາມແຜນ ແລະ ຊ່ວຍຕິດຕາມຊຸກຍູ້ການນໍາໃຊ້ອຸປະກອນຢູ່ບັນກາໜ່ວຍບໍລິການໃຫ້ມີຄວາມສະດວກ
ແລະ ໃຊ້ງານໄດ້ປົກກະຕິ.
4. ວຽກສິນເຊື່ອ: ໃຫ້ຄະນະຂະແໜງສິນເຊື່ອ
ແລະ ຄະນະໜ່ວຍບໍລິການ ນໍາພາພະນັກງານວິຊາການເກັບກໍາຂໍ້ມູນໃຫ້ສາມາດປ່ອຍສິນເຊື່ອໄດ້ສໍາເລັດຕາມແຜນການພ້ອມທັງຮັບປະກັນດ້ານຄຸນນະພາບການນໍາໃຊ້ເງິນກູ້
ແລະ ການເກັບຄືນໄດ້ຄົບຖ້ວນໂດຍສະເພາະໃຫ້ຫັນໃສ່ສິນເຊື່ອບຸກຄົນ ແລະ ສິນເຊື່ອທຸລະກິດ.
- ການປ່ອຍສິນເຊື່ອໃນຕໍ່ໜ້າໃຫ້ສ້າງແຜນການລົງແຈ້ງຜົນການອະນຸມັດ ແລະ
ຜ່ານສັນຍາກ່ອນ ແລະ ຕ້ອງແນະນໍາລູກຄ້າມາເອົາຢູ່ຫ້ອງການ ຫຼື
ໂອນເຂົ້າບັນຊີເງິນຝາກຂອງລູກຄ້າ.
- ໃຫ້ເພີ້້ມທະວີເອົາໃຈໃສ່
ຕິດຕາມໃນການແກ້ໄຂໜີ້ທີ່ຄົບງວດ,ຄົບສັນຍາຄືນ ເຊັ່ນ: ຕົ້ນທຶນ, ດອກເບ້ຍ ແລະ ໜີ້ຍົກຍ້າຍ
ທີ່ຍັງຄ້າງໃຫ້ໄດ້ຮັບການແກ້ໄຂ.
-
ການແກ້ໄຂໜີ້ສິນໃນຕໍ່ໜ້າແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງໜ່ວຍບໍລິການແກ້ໄຂເອງ,
ທາງສາຂາຈະເປັນຜູ້ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຫຼື
ລົງຊ່ວຍແກ້ໄຂບາງໜ່ວຍບໍລິການທີ່ມີໜີ້ຫຼາຍ, ໜີ້ຫຍຸ້ງ ຍາກເທົ່ານັ້ນ.
- ຄະນະນໍາຕ້ອງເພີ່ມຄວາມເຂັ້ມແຂງໃນການລະດົມເງິນຝາກ,
ການປ່ອຍສິນເຊື່ອຕ້ອງໃຫ້ລູກຄ້າຊື້ປະກັນໄພລາວ-ຫວຽດທັງໝົດເພື່ອເປັນແຫຼ່ງທຶນບໍລີຫານສະພາບຄ່ອງໃຫ້ມີລາຍຮັບເພີ່ມ,
ການເກັບດອກເບັ້ຍໃນຕໍ່ໜ້າໃຫ້ລະດົມລູກຄ້າຊໍາລະເປັນງວດ 03 ເດືອນ, 06 ເດືອນ ແລະ
ເປັນປີ; ໃຫ້ມາຊໍາລະຢູ່ຫ້ອງການ ຫຼື ໂອນຊໍາລະ.
5. ວຽກງານກວດກາ:
ໃຫ້ຂະແໜງກວດກາສືບຕໍ່ປະສານສົມທົບກັບເຈົ້າໜ້າທີ່ຕິດຕາມແກ້ໄຂບັນຫາໜີ້ຫຍໍ້ທໍ້ຕິດພັນກັບອະດີດພະນັກງານໃຫ້ສາມາດນໍາຕົວມາດໍາເນີນຄະດີ
ແລະ ໄດ້ຮັບການຊໍາລະຄືນ.
-
ການລົງກວດກາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການ ແລະ ໜ່ວຍບໍລິການ
ຢາກໃຫ້ຂະແໜງກວດກາລົງເລິກຕື່ມ ໃຫ້ຮູ້ຫຼາຍບັນຫາເພື່ອນໍາມາປັບປຸງແກ້ໄຂທັນສະພາບການ.